ພາບລວມ
ກິດຈະກຳປີນຜານີ້ປົກກະຕິຈະປີນທີ່ ”Sleeping Wall / Secret Canyon” ຫຼື “ຜາແດງ“ ເຊິ່ງຢູ່ຫ່າງຈາກຕົວເມືອງວັງວຽງປະມານ 15 - 20ນາທີ ຕາມລຳດັບ.
“Sleeping Wall“ ຕັ້ງຢູ່ແຄມແມ່ນ້ຳຊອງທີ່ສວຍງາມ ແລະ ມີລະດັບຄວາມຍາກຂອງການປີນຫຼາຍກວ່າ 31ເສັ້ນທາງ ຕັ້ງແຕ່ລະດັບງ່າຍໆສຳລັບຜູ້ເລີ່ມຕົ້ນໃໝ່ໄປຈົນເຖິງຜູ້ທີ່ສາມາດປີນໄດ້ເອງ, ການປີນຜານີ້ຈະທ້າທາຍນັກປີນຜາທຸກລະດັບແນ່ນອນ. ການເດີນທາງໄປຜາ “Sleeping Wall” ນັ້ນສາມາດເຂົ້າເຖິງໄດ້ງ່າຍ ສາມາດໃສ່ເກີບທົ່ວໄປຍ່າງໄດ້.
“ຜາແດງ“ ຕັ້ງຢູ່ທາງຕາເວັນອອກຂອງເມືອງວັງວຽງ ມຸ່ງໜ້າໄປ “ບລູລາກູນ“. ເສັ້ນທາງນີ້ມີຄວາມຊັນ ແລະ ມີຫີນຄົມຫຼາຍ, ແນະນຳໃຫ້ໃສ່ເກີບຍ່າງປ່າ. ສະຖານທີ່ນີ້ມີແດດສ່ອງຕະຫຼອດເວລາ ເໝາະສຳລັບການຖ່າຍຮູບ ແລະ ຄີມກັນແດດກໍເປັນສິ່ງທີ່ຈຳເປັນຫຼາຍ! ສະຖານທີ່ແຫ່ງນີ້ມີຄວາມຍາວ 25ແມັດ ແລະ ມີທິວທັດທີ່ສວຍງາມຂອງບັນດາພູຫີນປູນທີ່ຢູ່ດ້ານລຸ່ມ, ມີ 15ເສັ້ນທີ່ເໝາະສຳລັບນັກປີນຜາລະດັບກາງ.
ຫຼັກສູດການປີນນີ້ຈະເລີ່ມສອນກ່ຽວກັບອຸປະກອນການປີນ, ວິທີການຈັບ, ອຸປະກອນເບລາ, ເທັກນິກ ແລະ ອຸປະກອນຮັກສາຄວາມປອດໄພ. ຜູ້ຝຶກສອນຈະເລີ່ມສອນວິທີມັດເຊືອກ ແລະ ທ່ານຈະໄດ້ເລີ່ມຕົ້ນການປີນແບບງ່າຍໆກ່ອນ ເພື່ອໃຫ້ທ່ານໄດ້ຄຸ້ນເຄີຍກັບການປີນ. ຫຼັງຈາກນັ້ນຈະເລີ່ມໄຕ່ລະດັບຂຶ້ນ ຜູ້ຝຶກສອນຈະໃຫ້ຄຳແນະນຳກັບທ່ານກ່ຽວກັບການວາງມື, ການຈັບ ແລະ ການຢຽບເຊິ່ງເປັນສິ່ງສຳຄັນໃນການປີນ. ສິ່ງພື້ນຖານເຫຼົ່ານີ້ມີຄວາມສຳຄັນຫຼາຍສຳລັບຜູ້ທີ່ເລີ່ມປີນຜາໃໝ່ໆ ເພື່ອຮູ້ຈັກວິທີການເບິ່ງຫີນວ່າຄວນຈັບບ່ອນໃດ. ຫຼັງຈາກທີ່ທ່ານໄຕ່ລະດັບຄວາມຍາກຂອງການປີນຜາຂຶ້ນເລື່ອຍໆ, ທ່ານຈະໄດ້ພັກຜ່ອນຮ່າງກາຍ ແລະ ກິນອາຫານສວາຍທີ່ທາງບໍລິສັດໄດ້ຈັດກຽມໄວ້ໃຫ້. ຫຼັງຈາກພັກກິນເຂົ້າ ແລະ ພັກຜ່ອນຢືດຮ່າງກາຍຈົນເຊົາເມື່ອຍແລ້ວ ທ່ານຈະໄດ້ເລີ່ມປີນຜາອີກຄັ້ງກັບລະດັບຄວາມຍາກທີ່ເພີ່ມຂຶ້ນ ແລະ ຝຶກຝົນທັກສະການປີນຜາເພີ່ມເຕີມ.
ຈຸດເດັ່ນຂອງການທ່ອງທ່ຽວ
- ຮຽນຮູ້ທັກສະພື້ນຖານໄປຈົນເຖິງທັກສະສູງສຸດໃນການປີນຜາ
- ຊື່ນຊົມຄວາມງາມຂອງທຳມະຊາດໃນຂະນະທີ່ປີນຜາ
- ມີຜູ້ຊ່ຽວຊານເລື່ອງການປີນຜາມາຮັກສາຄວາມປອດໄພໃຫ້
- ສຳພັດປະສົບການທີ່ໜ້າຕື່ນເຕັ້ນໃນວັງວຽງກັບກິດຈະກຳປີນຜາ!
- ລອງຫຼິ້ນກິດຈະກຳປີນຜາໃນທຸກລະດັບ ເຊັ່ນ: ທັກສະການປີນຜາຂັ້ນພື້ນຖານ, ການປີນໂດຍໃຊ້ເຊືອກຊ່ວຍ ແລະ ການປີນແບບເບເລ
- ມີບໍລິການຮັບ-ສົ່ງຈາກໂຮງແຮມທີ່ທ່ານພັກ
ສິ່ງທີ່ລວມຢູ່ໃນທົວ
- ນ້ຳດື່ມ
- ບໍລິການຮັບ-ສົ່ງ
- ຜູ້ສອນປີນຜາ
- ອຸປະກອນປີນຜາ
- ອາຫານທ່ຽງ
ການແນະນຳໃນການນຸ່ງຖື
- ຊຸດກິລາ / ຊຸດນຸ່ງປີນຜາ
- ເກີບບັງຕຸບ ຫລື ເກີບຫຸ້ມສົ້ນ
ສິ່ງທີ່ຄວນເອົາມາ
- ກ້ອງຖ່າຍຮູບ
- ຄີມກັນແດດ
- ຢາກັນຍຸງ
- ຜ້າຂົນໜູ
ສິ່ງທີ່ຄວນຮູ້
-
Please be at the hotel lobby at least 10 minutes before the scheduled pick up. Please be patient in cases of unforeseen delays along the pick-up route, as the driver must also pick up other passengers.
ຂໍ້ ກຳ ນົດແລະເງື່ອນໄຂ
Cancellation Policy:
- Once the booking is confirmed, you will not be able to cancel your booking under any circumstances. No refunds - 100% will be charged
Child Policy
- Same price as adult
ຫມາຍເຫດ
- If you have questions or encounter problems with the tour, please contact WhatsApp/Tel: +856 20 59 533 720