ພາບລວມ
ທົວນີ້ເປັນກິດຈະກຳທີ່ໜ້າຕື່ນເຕັ້ນເປັນພິເສດສຳລັບຄົນທີ່ຕ້ອງການອອກກຳລັງກາຍ ແລະ ຜ່ອນຄາຍໃນເວລາດຽວກັນຕອນເຮົາທີ່ຫຼີກລ່ຽງກຸ່ມຄົນທີ່ແອອັດໃນແມ່ນ້ຳຊອງ. ໃນລະຫວ່າງທົວທ່ານຈະໄດ້ໄປສຳຫຼວດຖ້ຳ 4 ແຫ່ງ ແລະ ໝູ່ບ້ານຕ່າງໆ 2 ແຫ່ງ. ຕອນເຊົ້າທ່ານຈະໄດ້ຂີ່ລົດບັນທຸກຂຶ້ນເໜືອຈາກວັງວຽງໄປປະມານ 15 ກມ. ແລະ ນັ່ງເຮືອຂ້າມແມ່ນ້ຳຊອງ (ໃນຊ່ວງລະດູຝົນ) ຫຼື ຂ້າມຂົວ (ໃນຊ່ວງລະດູແລ້ງ). ໄກ້ຈະພາທ່ານໄປຖ້ຳຊ້າງເປັນຖ້ຳທຳອິດ ເຊິ່ງຢູ່ໃນໝູ່ບ້ານຖ້ຳຊ້າງ. ພາຍໃນຖ້ຳແຫ່ງນີ້ທ່ານໄດ້ຈະໄດ້ເຫັນຮູບປັ້ນພະພຸດທະຮູບບູຮານ ແລະ ຫີນປູນທີ່ເປັນຮູບຊ້າງທີ່ເກີດຂຶ້ນໂດຍທຳມະຊາດ. ເມື່ອທ່ານຍ່າງຜ່ານຖ້ຳໄກ້ຈະອະທິບາຍປະຫວັດ ແລະ ເລື່ອງເລົ່າທີ່ໜ້າສົນໃຈຂອງຖ້ຳນີ້ສູ່ຟັງ. ຫຼັງຈາກນັ້ນທ່ານຈະໄດ້ໄປທ່ຽວຊົມໝູ່ບ້ານຊາວລາວດັ່ງເດີມທີ່ຢູ່ໃນແຖບນັ້ນ - ໄກ້ຈະແນະນຳໝູ່ບ້ານທ້ອງຖິ່ນ ແລະ ອະທິບາຍປະຫວັດຂອງໝູ່ບ້ານ.ຈາກນັ້ນເຮົາຈະອອກເດີນທາງຈາກໝູ່ບ້ານຜ່ານທົ່ງນາສີຂຽວ ແລະ ພູເຂົາສວຍງາມກ່ອນທີ່ຈະໄປເຖິງອີກສອງຖ້ຳຄື: ຖ້ຳຫອຍ ແລະ ຖ້ຳລຸບ. ພາຍໃນຖ້ຳເຫຼົ່ານີ້ມີພະພຸດທະຮູບ ແລະ ຫີນປູນຫີນຍ້ອຍທີ່ສວຍງາມ. ນອກຈາກນີ້ຍັງເປັນບ່ອນທີ່ຊາວບ້ານຫຼາຍກວ່າ 100 ຄອບຄົວໃນສະໄໝກ່ອນໃຊ້ລີ້ໄພຕອນສົງຄາມ. ຕໍ່ຈາກນີ້ ເຮົາຈະຍ່າງໄປຖ້ຳນ້ຳ ເປັນຖ້ຳທີ່ທ່ານສາມາດລ່ອງກົງເບັງລອດຖ້ຳ ແລະ ຫຼິ້ນນ້ຳເຢັນໆຢູ່ຫັ້ນກ່ອນທີ່ຈະຮັບປະທານອາຫານທ່ຽງແບບບາບີຄິວເສີບເທິງໃບຕອງ. ສຸດທ້າຍເຮົາຈະເດີນທາງຈາກຖ້ຳນ້ຳໄປທີ່ໝູ່ບ້ານມົ້ງ. ພວກເຂົາເປັນຄົນກຸ່ມນ້ອຍທີ່ອາໄສຢູ່ພູເຂົາແຖບນີ້ມາຫຼາຍຮ້ອຍປີ. ທ່ານຈະໄດ້ພົບກັບຊາວບ້ານ ແລະ ໄດ້ຫຼິ້ນກັບເດັກນ້ອຍ. ເປັນໂອກາດທີ່ດີທີ່ຈະໄດ້ຖ່າຍຮູບ ແລະ ວິດີໂອ. ທ່ານຈະໄດ້ຍ່າງຫຼິ້ນອ້ອມແອ້ມແຖວໝູ່ບ້ານພ້ອມກັບໄກ້. ຫຼັງຈາກນັ້ນຈະໄດ້ຂຶ້ນລົດບັນທຸກໄປຟາມອໍແກນິກ. ສຸດທ້າຍພວກເຮົາຈະໄດ້ພາຍເຮືອກາຍັກລ່ອງໄປຕາມແມ່ນ້ຳຊອງປະມານ 4 ກມ. ເພື່ອກັບສູ່ຕົວເມືອງວັງວຽງກ່ອນພະອາທິດຕົກດິນ.
ຈຸດເດັ່ນຂອງການທ່ອງທ່ຽວ
- ພາຍເຮືອກາຍັກຕາມແມ່ນ້ຳຊອງຊົມວິວທິວທັດຂອງເມືອງວັງວຽງ
- ຊົມເບິ່ງພຮະພຸດທະຮູບອົງໃຫຍ່ທີ່ທາງເຂົ້າຖ້ຳຫອຍ, ຊາວບ້ານແຖວນັ້ນບອກວ່າຖ້ຳນີ້ຍັງຄົງເລິກເຂົ້າໄປອີກ 3 ກິໂລແມັດ. ໃນຖ້ຳມີຫີນປູນຍ້ອຍງາມ.
- ສຳພັດກັບການລ່ອງກົງເບັງຜ່ານຖ້ຳນ້ຳ ແລະ ຊົມຫີນປູນໃນຖ້ຳ
- ແວ່ຊົມຖ້ຳຊ້າງເຊິ່ງເປັນຖ້ຳທີ່ມີຊື່ສຽງໃນເລື່ອງຂອງຫີນປູນຮູບຊ້າງທີ່ເກີດຈາກທຳມະຊາດ
- ຜ່ອນຄາຍໄປກັບການລອຍນ້ຳ, ແຊ່ນ້ຳເຢັນໆ ຊິວໆຢູ່ບລູລາກູນ 4
ສິ່ງທີ່ລວມຢູ່ໃນທົວ
- ອາຫານທ່ຽງ
- ນ້ຳດື່ມ
- ຖົງກັນນ້ຳ
- ໄກ້
- ຄ່າທຳນຽມເຂົ້າທັງໝົດ
- ບໍລິການຮັບສົ່ງ
ການແນະນຳໃນການນຸ່ງຖື
- ເສື້ອຜ້າທີ່ພ້ອມປຽກ
- ເກີບທີ່ໃສ່ແລ້ວສະບາຍ
ສິ່ງທີ່ຄວນເອົາມາ
- ຄີມກັນແດດ
- ໝວກ
- ແວ່ນຕາກັນແດດ
- ຢາກັນຍຸງ
ສິ່ງທີ່ຄວນຮູ້
-
Please wait at your hotel lobby and our driver will pick you up 15 minutes before the tour begins.